Constitution of the Lao People's Democratic Republic
15
- Jurisdiction
- Lao People's Democratic Republic
- Provision
- 15
- Source language
- English
- Recorded status
- in force
More details
- Recorded status
- in force
Provision text
Official sourceມາດຕາ 15 (ປັບປຸງ) ລັດ ສົ່ງເສີມ ການລົງທຶນຂອງຕາງປະເທດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສ້າງສະພາບແວດລ້ອມ ອໍານວຍຄວາມສະດວກໃຫ້ແກ່ການນໍາເອົາ ທຶນ, ເຕັກໂນໂລຊີທີທັນສະໄຫນ ແລະ ເປັນມິດ ກັບສິ່ງແວດລ້ອມ, ນະວັດຕະກໍາ, ປັນຍາປະດິດ ແລະ ການຄູ້ມຄອງທີກ້າວຫນ້າ ເຂົ້າສຸຂະບວນການຜະລິດ, ທຸລະ ກິດ ແລະ ການບໍລິການ. ຊັບສົມບັດ ແລະ ທຶນ ທີຖືກຕ້ອງຕາມກົດຫມາຍຂອງຜູ້ລົງທຶນ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະບໍ່ຖືກເກັບເກນ, ບໍ່ຖືກຍຶດ ຫຼື ໂອນເປັນຂອງລັດ. ມາດຕາ 16 ລດ ປົກປ້ອງ ແລະ ເສີມຂະຫຍາຍບັນດາຮຸບການກໍາມະສິດຂອງ ລັດ, ລວມຫນູ່, ເອກະເທດ, ເອກະຊົນ ພາຍໃນ ແລະ ເາາງປະເທດ ທີລົງທຶນ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ມາດຕາ 17 ລັດ ປົກປ້ອງສິດ ກ່ຽວກັບກໍາມະສິດ (ສິດຄອບຄອງ, ສິດນໍາໃຊ້, ສິດໄດ້ຮັບຫາກຜົນ, ສຶດຊື່ຂາດ) ແລະ ສິດສືບທອດຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຕາມກົດຫາຍ. ທິດິນ, ແຮທາດ, ນ້າ, ອາກາດ, ປ່າໄມ້, ເຄືອງປ່າຂອງດົງ, ສັດນ້າ, ສັດປ່າ, ຊັບພະຍາກອນທໍາມະຊາດອືນ ເປັນກໍາມະສິດຂອງວົງຄະນະຍາດແຫ້ງຊາດ ຊຶ່ງລັດ ເປັນຕົວແທນ ແລະ ຄູມຄອງ ຢ່າງລວມສູນເປັນເອກະພາບ ໃນຂອບເຂດທົ່ວປະເທດ ຕາມກົດຫາຍ. ມາດຕາ 18 ລັດ ຄຸ້ມຄອງເສດຖະກິດ ຕາມກົນໄກເສດຖະກິດຕະຫຼາດທີມືການດັດສົມດ້ວຍກົດຫນາຍ, ເພີມທະວີບົດ ປາດຄູ້ມຄອງມະຫາພາກຂອງຂະແຫງງການສູນກາງ, ປະຕິບັດຫຼັກການສົມທົບການຄູ້ມຄອງລວມສູນ ເປັນເອກະ ພາບ ຂອງຂະແຫງງການສູນກາງ ກັບການແປງຄວາມຮັບຜິດຊອບໃຫ້ທ້ອງຖິນ ຕາມກົດຫນາຍ.
Source record
Source and verification
Constitution of the Lao People's Democratic Republic · wipo.int · Retrieved 18 August 2026.
Check the upstream source for currency, amendments, and official formatting. The recorded status describes this source version.
Open upstream source