Constitution of the Lao People's Democratic Republic
34
- Jurisdiction
- Lao People's Democratic Republic
- Provision
- 34
- Source language
- English
- Recorded status
- in force
More details
- Recorded status
- in force
Provision text
Official sourceມາດຕາ 34 (ປັບປຸງ) ລັດ ແລະ ສັງຄົມ ເອົາໃຈໃສປະຕິບັດນະໂຍບາຍ, ເບິງແຍງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ: ປະຕິບັດນະໂຍບາຍແນວຫຼັງຕໍ່ກໍາລັງບ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພືອເພີມທະວີຄວາມສາມາດໃນການ ປະຕິບັດຫ້າທີປົກປັກຮັກສາປະເທດຊາດ ແລະ ຮັກສາຄວາມສະຫງົບຂອງສັງຄົມ. ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ອງຍົກສູງຈິດໃຈເພິງຕົນເອງ, ກຸ້ມຕົນເອງ, ສ້າງຄວາມ ເຂັມແຂງດ້ວຍຕົນເອງ ເພືອຮັບປະກັນການປະຕິບັດຫນ້າທີຂອງຕົນ ແລະ ເຂົ້າຮວມໃນການສ້າງສາປະເທດຊາດ. ຫນວດທີ |ໄ/ ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ ມາດຕາ 35 ພົນລະເມືອງລາວ ແມ່ນ ຜູ້ມີສັນຊາດລາວ ຕາມທີໄດ້ກໍານົດໄວ້ໃນກົດຫາຍ. ລັດ ຮັບຮູ້, ເຄົາລົບ, ປົກປ້ອງ ແລະ ຮັບປະກັນສິດທິມະນຸດ ແລະ ສິດທິຝື້ນຖານຂອງພົນລະເມືອງ ຕາມກົດຫາຍ. ມາດຕາ 36 ພົນລະເມືອງລາວ ໂດຍບໍ່ຈໍາແນກ ຍິງ-ຊາຍ, ຖານະທາງດ້ານສັງຄົມ, ລະດັບການສຶກສາ, ຄວາມເຊືອຖື ແລະ ຊົນເຜົາ ລ້ວນແຕ່ມີຄວາມສະເຫນືພາບຕໍ່ຫ້້າກົດຫນາຍ. 8 ມາດຕາ 37 ພົນລະເມືອງລາວ ຜູ້ມີອາຍຸແຕ ສິບແປດປີ ຂຶນໄປ ມິສິດປ່ອນບັດເລືອກຕົງ ແລະ ຜູ້ມີອາຍຸແຕ່ ຊາວເອັດປ໌ ຂຶນໄປ ມີສິດສະຫນັກຮັບເລືອກຕັ່ງ, ເວັນເສຍແຕ່ຜູ້ເປັນບ້າ, ເສຍຈິດ ແລະ ຜູ້ຖືກສານຕັດສິນລົງໂທດຕັດອິດ ສະລະພາບ, ປົດສິດເລືອກຕັ້ງ ແລະ ສະຫຼັກຮັບເລືອກຕັ່ງ. ມາດຕາ 38 ພົນລະເມືອງລາວ ຍິງ-ຊາຍ ມີສິດເທົາທຽມກັນທາງດ້ານ ການເມືອງ, ເສດຖະກິດ, ວັດທະນະທໍາ, ສັງຄົມ ແລະ ຄອບຄົວ. ມາດຕາ 39 ພົນລະເມືອງລາວ ມິສິດໄດ້ຮັບການ ສຶກສາ ຄົນຄວ່າ, ຮໍາຮຽນ ເພືອພັດທະນາຕົນເອງ ໃຫ້ມີຄວາມກ້າວ ປນໍາ. ມາດຕາ 40 ພົນລະເມືອງລາວ ມີສິດເຮັດວຽກ ແລະ ປະກອບອາຊີບທີບໍ່ຂັດກັບກົດຫນາຍ. ຜູ້ອອກແຮງງານ ມີສິດໄດ້ຮັບການພັກຜ່ອນ, ໄດ້ຮັບການປິນປົວໃນເວລາເຈັບເປັນ, ໄດ້ຮັບການຊວຍ ເຫຼືອ ໃນກໍລະນີ ໆນົດຄວາມສາມາດອອກແຮງງານ, ເສຍອົງຄະ, ໃນເວລາເຖົາແກ ແລະ ໃນກໍລະນີອື່ນ ຕາມທີ ໄດ້ກໍານົດໄວ້ໃນກົດຫາຍ. ມາດຕາ 41 ພົນລະເມືອງລາວ ມີສິດເສລີພາບໃນການຕົງພຸມລໍາເນົາ ແລະ ໃນການໄປມາ ຕາມທີໄດ້ກໍານົດໄວ້ໃນ ກົດຫນາຍ. ມາດຕາ 42 ພົນລະເມືອງລາວ ມິສິດສະເຫີ, ຮ໋ອງຝ້ອງ ແລະ ຮ້ອງຂໍຄວາມເປັນທໍາ ຕໍ່ອົງການທີກ່ຽວຂ້ອງ ກຽວກັບ ບັນຫາທິພົວພັນເຖິງສິດ ແລະ ຜົນປະໂຫຍດລວມ ຫຼື ສິດ ແລະ ຜົນປະໂຫຍດສະເພາະຂອງຕົນ. ຄໍາສະເຫນີ, ຄໍາຮ້ອງຟ້ອງ ແລະ ຄໍາຮ້ອງຂໍຄວາມເປັ້ນທໍາຂອງພົນລະເມືອງ ຕ້ອງໄດ້ຮັບການພິຈາລະນາ ແລະ ແກ້ໄຂ ຕາມທີໄດ້ກໍານົດໄວ້ໃນກົດຫນາຍ. ມາດຕາ 43 ພົນລະເມືອງລາວ ມິສິດໂດຍບໍ່ມີໃຜຈະລ່ວງລະເມີດໄດ້ທາງດ້ານ ຊີອິດ, ຮາງກາຍ, ກຽດສັກສີ ແລະ ເຄຫະສະຖານ. ພົນລະເມືອງລາວ ຈະບໍ່ຖືກ ຈັບຕົວ, ກັກຂັງ ຫຼື ກວດຄົນເຄຫະສະຖານ :ຖໍາຫາກບໍ່ມີຄໍາສັງ ຂອງ ອົງການໄອຍະການປະຊາຊົນ ຫຼື ສານປະຊາຊົນ, ເວັນເສຍແຕ່ໃນກໍລະນີທີໄດ້ກໍານົດໄວ້ໃນກົດຫາຍ. ມາດຕາ 44 ພົນລະເມືອງລາວ ມີສິດເສລີພາບໃນການເຊືອຖື ຫຼື ບໍ່ເຊືອຖືສາສະຫນາ ທີບໍ່ຂັດກັບກົດຫາຍ. 9 ມາດຕາ 45 ພົນລະເມືອງລາວ ມີສິດເສລີພາບໃນການ ປາກເວົ່າ, ຂິດຂຽນ, ໂຮມຊຸມນຸມ, ຈັດຕັ່ງສະມາຄົມ ແລະ ເດີນຂະບວນ ທີບໍ່ຂັດກັບກົດຫາຍ. ມາດຕາ 46 ພົນລະເມືອງລາວ ມືສຶດເສລີພາບໃນການຄົນຄວ່າ ແລະ ນໍາໃຊ້ຄວາມກ້າວຫນ້າທາງດ້ານ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ປະດິດສໍາງສິນລະປະ, ວັນນະຄະດີ ແລະ ເຄືອນໄຫວວັດທະນະທໍາ ທີບໍ່ຣັດ ກັບກົດພາຍ.
Source record
Source and verification
Constitution of the Lao People's Democratic Republic · wipo.int · Retrieved 18 August 2026.
Check the upstream source for currency, amendments, and official formatting. The recorded status describes this source version.
Open upstream source